ລະຫວ່າງວັນທີ 28 ກໍລະກົດ – 2 ສິງຫາ 2025, ຫ້ອງການສາທາລະນະສຸກເມືອງສາລະວັນ ຮ່ວມກັບ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (GLAD), ໄດ້ສຳເລັດການຈັດຝຶກອົບຮົມກ່ຽວກັບສຸຂະອະນາໄມ, ສຸຂະພິບານ ແລະ ການປ້ອງກັນພະຍາດລະບາດໃຫ້ແກ່ກຸ່ມແມ່ຍິງ 30 ທ່ານ ທີ່ບ້ານນາຫວ້າ ແລະ ບ້ານໂນນສະຫວັນ, ເມືອງສາລະວັນ, ແຂວງສາລະວັນ
ການຝຶກອົບຮົມຄັ້ງນີ້ມີຈຸດປະສົງຫຼັກເພື່ອເພີ່ມຄວາມຮູ້ໃຫ້ແມ່ຍິງກ່ຽວກັບ:

ການຮັກສາຄວາມສະອາດສ່ວນຕົວ ແລະ ສິ່ງແວດລ້ອມ

ການນຳໃຊ້ນໍ້າສະອາດ ແລະ ການຈັດການອາຫານຢ່າງປອດໄພ

ວິທີປ້ອງກັນພະຍາດລະບາດ, ລວມທັງພະຍາດໄຂ້ຍຸງລາຍ

ການເປັນແກນນຳໃນການເຜີຍແຜ່ຄວາມຮູ້ໃຫ້ຄົນໃນຄອບຄົວ ແລະ ຊຸມຊົນ
ຜູ້ເຂົ້າຮ່ວມທຸກຄົນມີຄວາມເຂົ້າໃຈດີຂຶ້ນກ່ຽວກັບຄວາມສຳຄັນຂອງສຸຂະອະນາໄມ ແລະ ຜົນກະທົບຕໍ່ສຸຂະພາບຂອງຄົນໃນຊຸມຊົນ. ພ້ອມດຽວກັນນີ້, ຍັງຈະໄດ້ເປັນຕົວແທນໃນການນໍາເອົາຄວາມຮູ້ທີ່ໄດ້ໄປບອກຕໍ່ໃຫ້ຄອບຄົວ ແລະ ຊຸມຊົນຂອງພວກເຂົາອີກດ້ວຍ.
=================
From July 28 to August 2, 2025, the Salavan District Health Office, in collaboration with the German-Lao Association for Development (GLAD), successfully completed a training on hygiene, sanitation, and epidemic prevention for 30 women in Nawa and Nonsavanh villages, Salavan District, Salavan Province.
The main objectives of this training were to empower women with knowledge on:

Personal and environmental hygiene.

Safe water usage and food management.

Epidemic prevention methods, including dengue fever.

Leadership in sharing knowledge with their families and communities.